ສະຖານທີ່ທ່ອງທ່ຽວ

  ບໍ່ວ່າທ່ານກຳລັງຊອກບ່ອນພັກຜ່ອນທີ່ງຽບສະຫງົບ, ບ່ອນລອຍນໍ້າ, ໄປຍ່າງປ່າ, ຊົມນໍ້າຕົກຕາດ ຢູ່ໃນປ່າທີ່ຮົ່ມເຢັນຕະຫຼອດປີ, ການຜະຈົນໄພ ຫຼື ທ່ຽວຊົມວິຖີຊີວິດ ເພື່ອຮຽນຮູ້ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ. ສິ່ງທັງໝົດນີ້ສາມາດຄົ້ນຫາໄດ້ຢູ່ທີ່ຫຼວງພະບາງ.

ສະຖານທີ່ທ່ອງທ່ຽວ

ບໍ່ວ່າທ່ານກຳລັງຊອກບ່ອນພັກຜ່ອນທີ່ງຽບສະຫງົບ, ບ່ອນລອຍນໍ້າ, ໄປຍ່າງປ່າ, ຊົມນໍ້າຕົກຕາດ ຢູ່ໃນປ່າທີ່ຮົ່ມເຢັນຕະຫຼອດປີ, ການຜະຈົນໄພ ຫຼື ທ່ຽວຊົມວິຖີຊີວິດ ເພື່ອຮຽນຮູ້ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ. ສິ່ງທັງໝົດນີ້ສາມາດຄົ້ນຫາໄດ້ຢູ່ທີ່ຫຼວງພະບາງ.

ຫໍພິພິດຕະພັນແຫ່ງຊາດຫຼວງພະບາງ

ຫໍພິພິຕະພັນແຫ່ງຊາດ ຫຼືພະລາດຊະວັງ ແມ່ນສັນຍາລັກຂອງການພົວພັນລະຫວ່າງລາວ ແລະຝຣັ່ງ. ຖືກສ້າງຂຶ້ນໃນລະ ຫວ່າງປີ 1904 – 1909, ພຽງແຕ່ສອງສາມປີກ່ອນທີ່ອານາຈັກຫຼວງພະບາງໄດ້ຮັບການປະກາດເປັນລັດປົກປ້ອງ ແລະ ສ່ວນທີ່ເຫຼືອຂອງປະເທດລາວຕົກຢູ່ໃນອານານິຄົມຂອງປະເທດຝຣັ່ງ ການອອກແບບຂອງພະລາຊະວັງແມ່ນຢູ່ໃນແບບຂອງຝຣັ່ງ, ເຊິ່ງມີສ່ວນປະກອບຂອງສະຖາປັດຕະຍະກຳ ຂອງຄົນລາວ ແລະ ໃນທີ່ສຸດການກໍ່ສ້າງອາຄານກໍ່ສ້າງສຳເລັດ ເມື່ອເຈົ້າຊີວິດ ສີສະຫວ່າງວົງ ຕັດສິນໃຈສ້າງສ່ວນທີ່ເປັນຍອດແຫຼມ spire ເທິງອາຄານຂ້າງເທິງຫ້ອງບັນລັງໃໝ່ ເພື່ອທົດແທນບ່ອນເກົ່າ ໂດຍມີການອອກແບບໃນຮູບແບບຂອງລາວທີ່ເໜາະສົມ. ນອກຈາກນັ້ນຍັງມີຫ້ອງໂຖງຈອດລົດຂອງກະສັດຢູ່ພາຍໃນ. ທ່ານສາມາດເຂົ້າໄປຊົມໄດ້ໃນຫໍພິພິທະພັນ.

  • ພິພິທະພັນ ເປີດວັນຈັນ – ວັນເສົາ ເວລາ 8:00 – 11:30 ໂມງ ແລະ 13:00 – 15: 30 ໂມງ (ພັກທໍາຄວາມສະອາດໃນ ວັນພະຫັດ ປິດເວລາ 15:00ໂມງ)
  • ເວລາຂາຍປີ້ເຂົ້າຊົມ 8:00 – 11:00 ໂມງ ແລະ 13:00 – 15:00 ໂມງ.
  • ຄ່າເຂົ້າຊົມ: 30,000 ກີບຕໍ່ຄົນ
  • ຕັ້ງຢູ່ຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ) ຫ່າງຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວປະມານ 5 ນາທີ

ເຈົ້າຊີວິດ ສີສະຫວ່າງວົງ ໄດ້ເສຍຊີວິດ ໃນປີ 1959 ແລະ ສຳລັບການຂຶ້ນຄອງລາດຂອງພະລາດຊະວັງ, ພະລາດຊະວັງ ໄດ້ຖືກຂະຫຍາຍອອກໂດຍເພີ່ມສອງຫ້ອງທີ່ມີຂະໜາດເທົ່າກັນ, ຢູ່ຝາຜະໜັງພາຍໃນປະດັບດ້ວຍລວດລາຍ ແລະ ປັບປຸງທຸກພາກສ່ວນ ເຊັ່ນ: ປັບປຸງລະບົບໄຟຟ້າ ແລະ ການກໍ່ສ້າງອາຄານຫລັງໃໝ່, ສຳລັບຮອງຮັບນັກທ່ອງທ່ຽວໃຫ້ມີຄວາມສະດວກໃນເວລາທ່ຽວຊົມ.
ວັນທີ 2 ທັນວາ 1975, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນ. ສະນັ້ນຈຶ່ງບໍ່ສາມາດຈັດພິທີສູດມົນ ຈາກນັ້ນກະສັດຈື່ງໄດ້ສະລະວັງ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາສູງສຸດຂອງປະທານປະເທດ. ຫລັງຈາກນັ້ນກໍໄດ້ສະເໜີໃຫ້ພະລາດຊະວັງເປັນຫໍພິພິທະພັນແຫ່ງຊາດ, ໂດຍມີຈຸດປະສົງຫຼັກ ເພື່ອປົກປັກຮັກສາພະລາຊະວັງ ແລະ ເຄື່ອງຂອງທີ່ມີຄ່າຢູ່ພາຍໃນພະລາດຊະວັງໄວ້ ເພື່ອໃຫ້ປະຊາຊົນໄດ້ຮຽນຮູ້ເລື່ອງລາວປະຫວັດຂອງອາດີດກະສັດ, ປະຈຸບັນ ຫໍພິພິທະພັນແຫ່ງຊາດແມ່ນສະຖານທີ່ ທີດີທີ່ສຸດ ເພື່ອຮຽນຮູ້ກ່ຽວກັບປະຫວັດສາດຂອງຫຼວງພະບາງ.

ພະບາງແມ່ນບ່ອນກຳເນີດຂອງຄວາມເຊື່ອຂອງຄົນລາວ. ນໍາມາຈາກປະເທດກຳປູເຈຍໃນສະຕະວັດທີ 14, ອີງຕາມຕໍານານ, ພະບາງຖືກຫຼໍ່ຫຼອມມາຈາກຄຳ ແລະ ທອງສໍາລິດ ທີ່ບໍລິສຸດໃນປະເທດສີລັງກາ ແລະ ຈາກນັ້ນໄດ້ນຳຖວາຍແກ່ເຈົ້າຊີວິດແຫ່ງສີລັງກາ. ຕໍ່ມາກໍ່ໄດ້ນຳເອົາມາຖວາຍແກ່ເຈົ້າຊີວິດກຳປູເຈຍ, ເຈົ້າຟ້າງຸ່ມ ຜູ້ກໍ່ຕັ້ງອານາຈັກລ້ານຊ້າງ ໄດ້ຮັບພະພຸດທະຮູບ (ພະບາງ) ຈາກເຈົ້າຊີວິດກຳປູເຈຍ (ຜູ້ເປັນພໍ່ຂອງພັນລະຍາ) ມອບໃຫ້ກັບຜູ້ເປັນລູກສາວຂອງຕົນ.
ປັດຈຸບັນ ພະບາງ ໄດ້ປະດິດສະຖານໄວ້ຢູ່ໃນຫໍພະບາງ ທີ່ຢູ່ເບື້ອງຂວາມືຂອງບໍລິເວນພະລາຊະວັງ, ເມື່ອທ່ານເຂົ້າໄປໃນປະຕູຫຼັກ ຫ້ອງນີ້ມີແຜ່ນຫີນສີລາຈາລືກປະຫວັດຄວາມເປັນມາຂອງພະພຸດທະເຈົ້າຕັ້ງແຕ່ສະຕະວັດທີ 12 ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງກັບພະບາງເຊັ່ນດຽວກັນ

ປະຫວັດຄວາມເປັນມາ

ໂຮງລະຄອນ ພະລັກພະລາມ ແມ່ນໜຶ່ງໃນບັນດາສະຖານທີ່ ທີດີທີ່ສຸດເພື່ອເບິ່ງການຟ້ອນພື້ນເມືອງລາວ. ຕັ້ງຢູ່ພື້ນທີ່ຂອງຫໍພິພິທະພັນແຫ່ງຊາດຫຼວງພະບາງ, ການສະແດງໄດ້ຈັດຂື້ນ 4 ຄັ້ງຕໍ່ອາທິດ. ລາມມະກຽນ (ພະລັກພະລາມ) ແມ່ນເປັນທີ່ນິຍົມໃນທົ່ວອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ໄດ້ຖືກນຳເຂົ້າສູ່ຫຼວງພະບາງຫຼາຍຮ້ອຍປີກ່ອນໃນການປະຕິບັດສາດສະໜາພຸດ. ນັບແຕ່ນັ້ນມາ, ເລື່ອງເລົ່າຂອງລາມມະກຽນ(ພະລັກພະລາມ) ໄດ້ດຳເນີນງານຕາມແບບລາວ ແລະ ການສະແດງໄດ້ຮັບຄວາມນິຍົມທີ່ສຸດໃນການຟ້ອນພື້ນເມືອງ ແລະ ສືບຕໍ່ໃນສະຕະວັດທີ່ 20.
ໃນປີ 2003, ໂຮງລະຄອນພະລັກພະລາມ ຖືກສ້າງຕັ້ງຂື້ນໂດຍສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍການຮ່ວມມື ແລະ ການສະໜັບສະໜູນ ຈາກປະຊາຄົມສາກົນ ເພື່ອສ້າງຄວາມເຊື່ອໝັ້ນ ຂອງປະຊາຊົນລາວ. ສິ່ງດັ່ງກ່າວເປີດໂອກາດໃຫ້ນັກທ່ອງທ່ຽວ ແລະຄົນລາວໄດ້ສຳຜັດກັບວັດທະນະທຳລາວທີ່ສຳຄັນທີ່ສຸດ ຂໍ້ມູນເພີ່ມເຕີມກ່ຽວກັບພະລັກພະລາມ

ພະທາດພູສີ

ທ່ານສາມາດຊົມວິວທິວທັດທຳທະຊາດຂອງແມ່ນໍ້າຂອງ ແລະຕົວເມືອງຫຼວງພະບາງ ແບບ 360 ອົງສາຈາກມຸມສູງສຸດຂອງພູສີນີ້. ໂດຍສະເພາະໃນເວລາທີ່ຕາເວັນຕົກດິນ ທ່ານຈະເຫັນຄວາມງາມທີ່ທ່ານບໍ່ສາມາດລືມໄດ້. ແຕ່ກ່ອນທີ່ທ່ານຈະເຫັນ ທ່ານຕ້ອງໄດ້ຍ່າງຂຶ້ນຂັ້ນໄດໄປປະມານ 328 ຂັ້ນ ແລະທ່ານຈະເຫັນພະທາດ ຂອງວັດຈອມສີ, ສູງ 20 ແມັດ. ກະລຸນາຮັບຊາບວ່າວັດທີ່ຢູ່ເທິງສຸດຂອງພູສີແມ່ນສະຖານທີ່ທາງສາສະໜາ ທີ່ສັກສິດ. ກະລຸນາແຕ່ງຕົວໃຫ້ເໝາະສົມ ແລະຫ້າມດື່ມເຫຼົ້າຢູ່ໃນສະຖານທີ່ແຫ່ງນີ້ຢ່າງເຂັ້ມຂາດ.

  • ພະທາດພູສີ ເປີດທຸກວັນ ເວລາ 8:00 – 17:30 ໂມງ (ຂື້ນກັບລະດູການ)
  • ຄ່າເຂົ້າຊົມ: 20.000 ກີບຕໍ່ຄົນ (ອາຍຸຕໍ່າກວ່າ 7 ປີ, ເຂົ້າຊົມຟຣີ)
  • ຕັ້ງຢູ່ຖະໜົນໃຫຍ່ (ໃຈກາງເມືອງ) ຍ່າງຈາກຫ້ອງການທ່ອງທ່ຽວ ປະມານ 5 ນາທີ, ມີ 3 ທາງເຂົ້າດ້ວຍກັນ, ແຕ່ທາງເຂົ້າຫຼັກໆແມ່ນກົງກັນຂ້າມກັບຫໍພິພິທະພັນແຫ່ງຊາດຫຼວງພະບາງ.
  • ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວຍ່າງອ້ອມຮອບໂດຍບໍ່ນຸ່ງເຄື່ອງ ຫຼືນຸ່ງຊຸດຊັ້ນໃນ ເພາະວ່າການກະທຳນີ້ຖືວ່າບໍ່ເໜາະສົມ ແລະ ບໍ່ຖືກຕ້ອງກັບວັດທະນະທຳລາວ.

ວັດຊຽງທອງ

ວັດຊຽງທອງຖືກສ້າງຂຶ້ນໃນປີ 1560 ໃນສະໄໝເຈົ້າໄຊເສດຖາທິລາດ ໃນຮູບແບບຫຼວງພະບາງແທ້ໆ ແລະມີຫລັງຄາສະລັບຊັບຊ້ອນລຽນກັນເປັນຊັ້ນໆຢ່າງສະຫງ່າງາມ ແລະ ຮູບພາບຝາວັດທີ່ເປັນສີລະປະຄວາມຫຼູຫຼາຕິດແກ້ວທັງໝົດເວລາເໝາະສົມທີ່ສຸດທີ່ຈະໄປຢ້ຽມຊົມວັດນີ້ ແລະຖ່າຍຮູບແມ່ນໃນເວລາຕອນເຊົ້າ.

  • ເປີດທຸກມື້ເລີ່ມແຕ່ເວລາ 8:00 – 17:00 ໂມງ

  • ຄ່າເຂົ້າຊົມແມ່ນ 20.000 ກີບ / ຄົນ.

  • ວັດຊຽງທອງຕັ້ງຢູ່ຖະໜົນສັກກະລີນ ພຽງແຕ່ຍ່າງປະມານ 10 ນາທີຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວແຂວງຫລວງພະບາງ ແລະທ່ານຈະເຫັນວັດຢູ່ເບື້ອງຊ້າຍມືຂອງທ່ານ.
  • ແຕ່ງຕົວໃຫ້ສຸພາບຮຽບຮ້ອຍ, ປົດໝວກ ແລະ ເກີບອອກກ່ອນເຂົ້າຊົມສະຖານທີ່ສັກສິດ

  • ເຄົາລົບພະສົງແລະສໍາມະເນນ, ສຳລັບແມ່ຍິງບໍ່ອະນຸຍາດໃຫ້ຖືກຕົວຂອງພະສົງ ແລະ ສຳມະເນນ.

  • ຫ້າມບໍ່ໃຫ້ສະແດງຄວາມຮັກໃນສະຖານທີ່ສາທາລະນະເຊັ່ນ: ການຈັບມື, ການຈູບ, ການກອດ.

  • ຫ້າມບໍ່ໃຫ້ຊື້ວັດຖຸໂບຮານໃດໆເພາະເປັນສິ່ງທີ່ຖືກຫ້າມ ແລະ ທ່ານຈະຖືກປັບໃໝ.

ປະເພນີໃສ່ບາດ

ການໃສ່ບາດ ແມ່ນປະເພນີທາງພຸດທະສາສະໜາຂອງຄົນລາວ ທີ່ສືບທອດປະຕິບັດກັນມາຄຽງຄູກັບຄົນລາວເປັນເວລາດົນນານ. ທຸກໆເຊົ້າປະຊາຊົນຈະເອົາເຂົ້າປາອາຫານມາໃສ່ບາດໃຫ້ແກ່ພະສົງ ແລະສຳມະເນນ ຕາມໃນຕົວເມືອງຫຼວງພະບາງ.

ການໃສ່ບາດຈະເລີ່ມແຕ່ເຊົ້າມືດຂອງທຸກໆມື້ເວລາປະມານ 5:30 – 6:30 ໂມງ ໃນລະຫວ່າງເດືອນມີນາເຖິງເດືອນຕຸລາ ແລະເດືອນພະຈິກເຖິງເດືອນທັນວາ, ຈະເລີ່ມປະມານ 6:00 ໂມງເຊົ້າຫາ 7:00 ເຊົ້າ ເພາະວ່າຢູ່ໃນໄລຍະລະດູໜາວ ທ້ອງຟ້າຈະມືດມົວ ແລະແຈ້ງຊ້າ.

ພິທີໃສ່ບາດໃນຕອນເຊົ້າແມ່ນຈະມີຢູ່ໃນທຸກໆວັດຂອງແຂວງຫລວງພະບາງ. ແຕ່ຂະບວນໃຫຍ່ກ່ວາບ່ອນອື່ນ, ພວກເຮົາສາມາດເຫັນໄດ້ທີ່ຖະໜົນສີສະຫວ່າງວົງ ຕໍ່ໜ້າວັດຊຽງທອງ ຕໍ່ໜ້າໂຮງຮຽນຫຼວງພະບາງ ແລະຕໍ່ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ.

ຖ້າທ່ານຕ້ອງການໃສ່ບາດ ຄວນນຸ່ງເຄື່ອງທີ່ສຸພາບ ແລະ ເຄົາລົບວັດທະນະທຳ ຢູ່ທີ່ນີ້. ແຕ່ຖ້າທ່ານບໍ່ມີຈຸດປະສົງໃນການໃສ່ບາດ ທ່ານສາມາດຢ້ຽມຊົມ(ຢືນເບີ່ງ)ໃຫ້ຫ່າງຈາກຈຸດທີ່ພະສົງຍ່າງ ແລະ ປະພຶດຕົນເອງໃຫ້ເໝາະສົມບໍ່ຄວນກີດ ຂວາງເສັ້ນທາງທີ່ພະສົງ ແລະ ສາມະເນນຈະຍ່າງຜ່ານ ຫຼືບ່ອນທີ່ຜູ້ຄົນໃສ່ບາດ.

  1. ສຳລັບການໃສ່ບາດ ທ່ານສາມາດຊື້ເຂົ້າ, ປາ, ອາຫານລ່ວງໜ້າໄດ້ທີ່ຕະຫລາດເຊົ້າ ເພື່ອກະກຽມ ຫຼື ທ່ານສາ ມາດຊື້ນຳແມ່ຄ້າທີ່ຂາຍຢູ່ຕາມແຄມທາງ ໃກ້ກັບບ່ອນໃສ່ບາດໄດ້.
  2. ກະລຸນາຢ່າຖ່າຍຮູບພະສົງ ແລະສຳມະເນນ ໃນໄລຍະໃກ້ສິດເກີນໄປ, ເນື່ອງຈາກແສງແຟັດຈະລົບກວນພະສົງ, ສຳມະເນນ ແລະ ປະຊາຊົນ.
  3. ກະລຸນາແຕ່ງຕົວທີ່ສຸພາບຮຽບຮ້ອຍ ໂດຍສະເພາະແມ່ນບ່າໄຫລ່, ໜ້າເອິກ ແລະ ຂາ ຄວນປົກຄຸມ.
  4. ກະລຸນໃສ່ບາດດ້ວຍຄວາມເຄົາລົບ ແລະ ເປັນລະບຽບຮຽບຮ້ອຍ ແມ່ຍິງຫ້າມແຕະຕ້ອງພະສົງ ສຳມະເນນເດັດຂາດ ແລະ ຄວນຢືນ ຫຼືື ສັງເກດເບິ່ງ ໃນໄລຍະຫ່າງປະມານ 5 ແມັດ.
  5. ລົດບັນທຸກຂະໜາດໃຫຍ່ແມ່ນຫ້າມບໍ່ໃຫ້ເຂົ້າໃນຕົວເມືອງຫຼວງພະບາງ ແລະ ເຂດມໍລະດົກໂລກ, ເພາະເປັນການລົບກວນ ແລະ ມີຄວາມຫຍຸ້ງຍາກໃນການສັນຈອນ.
  6. ຫ້າມຕິດຕາມຂະບວນຂອງພຣະສົງໂດຍການຂັບຂີ່ລົດ, ເພາະວ່າທ່ານຈະສູງຢູ່ກວ່າພະສົງ ແລະ ສໍາມະເນນ ເຊິ່ງຄົນລາວຖືວ່າບໍ່ເຄົາລົບ.
  7. ມີສ່ວນຮ່ວມໃນການໃສ່ບາດດ້ວຍຄວາມເຄົາລົບຕໍ່ສິ່ງສັກສິດ ແລະ ເຊີດຊູຄວາມງົດງາມຂອງພຸດທະສາສະໜາ.

ການໃສ່ບາດແມ່ນປະເພນີທາງພຸດທະສາສະໜາຂອງຄົນລາວ ທີ່ສືບທອດປະຕິບັດກັນມາໄປຄຽງຄູ່ກັບຄົນລາວເປັນເວລາດົນນານ. ທຸກໆຕອນເຊົ້າປະຊາຊົນເອົາເຂົ້າປາອາຫານ, ເຂົ້າຕົ້ມ, ເຂົ້າໜົມ ໄປໃສ່ບາດໃຫ້ແກ່ພະສົງສຳມະເນນໃນເມືອງຫຼວງພະບາງ. ສຳລັບນັກທ່ອງທ່ຽວທີ່ມີຈຸດປະສົງໃນການໃສ່ບາດ ກະລຸນາປະຕິບັດຕາມຂໍກຳນົດກົດລະບຽບຂອງປະເພນີລາວໃນການໃສ່ບາດໃຫ້ເຂັ້ມງວດ ແລະ ຖືກຕ້ອງ.

ການໃສ່ບາດເລີ່ມແຕ່ເວລາ 5 ໂມງ 30 ນາທີຂອງແຕ່ລະເຊົ້າ ແລະ ທ່ານຈະເຫັນພະສົງສຳມະເນນນຸ່ງຜ້າເຫຼືອງ ພາຍບາດ ຍ່າງຕາມແຄມທາງ ແລະ ຈະມີປະຊາຊົນຊົນທ້ອງຖິ່ນກະກຽມສິ່ງຂອງຕ່າງໆເຊັ່ນ: ເຂົ້າ, ປາ ແລະ ອາຫານ ເພື່ອລໍຖ້າພະສົງສຳມະເນນຍ່າງຜ່າມາ ຈາກນັ້ນພວກເຂົາຈະນຳເຂົ້າ ແລະ ອາຫານໃສ່ລົງໄປໃນບາດຂອງພຣະສົງສຳມະເນນເປັນແຖວຕໍ່ໆໄປຈົນຈົບຂະບວນ ແລະ ໃນລະຫວ່າງໃສ່ບາດນັ້ນ ຕ້ອງໄດ້ຮັກສາຄວາມສະຫງົບ.

ປະເພນີ ແລະ ພຸດທະສາສະໜາ ທີ່ສຳຄັນຂອງສິ່ງດີໆນີ້ ເພື່ອເປັນສ່ວນໜຶ່ງ ຂອງກິດຈະກຳການທ່ອງທ່ຽວທີ່ສຳຄັນໂດຍປົກກະຕິແລ້ວ, ນັກທ່ອງທ່ຽວສ່ວນຫຼາຍແມ່ນໄປເບິ່ງພິທີຖະຫວາຍທານໃນຕອນເຊົ້າຢູ່ຖະໜົນສາສະນາຣາມ ແລະ ສະຖານທີ່ແຫ່ງນີ້ບາງຄັ້ງກໍ່ມີຄົນໄປມາຢ່າງຫຼວງຫຼາຍ, ເຊິ່ງເຕັມໄປດ້ວຍນັກທ່ອງທ່ຽວ ເພື່ອເບິ່ງວິວທີ່ສວຍງາມ ແລະ ເໝາະສົມ, ທ່ານອາດຈະຄົ້ນຫາສະຖານທີ່ອື່ນໆອີກໃນເມືອງ.

ນໍ້າຕົກຕາດກວາງຊີ

ໃນລະດູແລ້ງ, ນໍ້າຕົກຕາດກວາງຊີ ຈະມີສີນໍ້າເງີນ ເພາະມັນມີແຮ່ທາດຕ່າງໆເຊັ່ນ ທອງແດງ, ແຕ່ໃນລະດູ ຝົນນໍ້າຈະມີສີຂຽວມໍລະກົດ ແລະທ່ານຈະໄດ້ຍິນສຽງຂອງນໍ້າຕົກກ່ອນທີ່ທ່ານຈະສາມາດເຫັນນໍ້າຕົກໄດ້. ຊອກຫາສັນຍາລັກຂອງສະລອຍນໍ້າ ແລ້ວທ່ານຈະເຫັນຫ້ອງປ່ຽນເຄື່ອງສຳລັບລອຍນໍ້າໃກ້ໆແຖວນັ້ນ. ກະລຸນາປະຕິບັດຕາມຮີດຄອງປະເພນີຂອງທ້ອງຖິ່ນ (ກົດລະບຽບ ແລະ ຄໍາຕາມໂປດສະເຕີ). ນອກຈາກນີ້ທ່ານຍັງສາມາດເຂົ້າໄປທ່ຽວຊົມສູນຊ່ວຍເຫຼືອໝີ ໃນນໍ້າຕົກຕາດກວາງຊີ ໄດ້ອີກດ້ວຍ. (ໂດຍບໍ່ໄດ້ເສຍຄ່າເຂົ້າຊົມ)

  • ນໍ້າຕົກຕາດກວາງຊີເປີດບໍລິການທຸກວັນແຕ່ເວລາ: 8:00 – 17:30 ໂມງ
  • ຄ່າເຂົ້າຊົມ: 20,000 ກີບຕໍ່ຄົນ (ອາຍຸຕໍ່າກວ່າ 12 ປີ ເຂົ້າຊົມຟຣີ)

ສາມາດເດີນທາງດ້ວຍລົດຕຸກຕຸກ ຫຼື ລົດຕູ້, ນັກທ່ອງທ່ຽວສາມາດເດີນທາງເປັນສ່ວນຕົວ ຫຼື ແລກປ່ຽນກັບນັກທ່ອງທ່ຽວຄົນອື່ນໃນລາຄາ 60,000 ກີບຕໍ່ຄົນ ແລະ ສ່ວນຕົວໃນລາຄາ 250,000 ກີບ, ການເດີນທາງໃຊ້ເວລາປະມານ 45 ນາທີ ສຳ ລັບນັກພະຈົນໄພ ສາມາດຂີ່ລົດຖີບໄດ້ ມັນໃຊ້ເວລາປະມານ 2 ຊົ່ວໂມງ ແລະເຊົ່າລົດຖີບລາຄາປະມານ 20,000 ກີບຕໍ່ມື້.

ເມື່ອເວລາລົງລອຍນໍ້າຢູ່ໃນນໍ້າຕົກ ນັກທ່ອງທ່ຽວຄວນຈື່ໄວ້ວ່າ ການໃສ່ຊຸດລອຍນໍ້າທີ່ເປີດເຜີຍຫຼາຍ ຈະເປັນທີ່ບໍ່ເໝາະສົມ ແລະ ຫ້າມບໍ່ໃຫ້ສະແດງການປະພຶດທີ່ບໍ່ເໝາະສົມຕໍ່ສາທາລະນະ ເຊັ່ນວ່າ ການກອດ ຈູບ, ສິ່ງສຳຄັນ ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວຍ່າງອ້ອມຮອບໂດຍບໍ່ໃສ່ເຄື່ອງນຸ່ງ ຫຼື ແມ່ນແຕ່ໃສ່ຊຸດລອຍນໍ້າທີ່ໂປ້ເກີນໄປ ເພາະຖືວ່າເປັນການກະທຳທີ່ບໍ່ເໝາະສົມ.

ຖໍ້າປາກອູ ຫຼື ຖໍ້າຕິ່ງ

ນັກທ່ອງທ່ຽວສ່ວນໃຫຍ່ແມ່ນເປັນທີ່ຮູ້ຈັກກັນດີຖໍ້າປາກອູ ເພາະວ່າມັນໃກ້ກັບບ້ານປາກອູ. ແຕ່ໃນຄວາມເປັນຈິງຖໍ້າປາກອູ ມີຢູ່ສອງຖໍ້າ ຄືຖໍ້າເທິງ ແລະຖໍ້າລຸ່ມ, ແຕ່ຄົນພາຍໃນຈະຮູ້ຈັກກັນດີໃນຊື່ຖໍ້າຕິ່ງ.

  • ຖໍ້າປາກອູ ຫລືຖໍ້າຕິ່ງ ເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ: 8.00 – 17.00
  • ໝາຍເຫດ: ທ່ານສາມາດຈ່າຍຄ່າທຳນຽມທີ່ນັ້ນເລີຍ.

ຜູ້ປະກອບການທ່ອງທ່ຽວສ່ວນຫຼາຍຈັດການເດີນທາງຕາມແມ່ນໍ້າຂອງໄປສູ່ຖໍ້າປາກອູ ຫລືຖໍ້າຕິ່ງ ແລະມັກຈະຢຸດເຊົາຂື້ນໄປທ່ຽວຊົມສະຖານທີ່ທ່ອງທ່ຽວອື່ນໆທີ່ຢູ່ໃນໄລຍະດຽວກັນ. ການລ່ອງເຮືອແມ່ນໃຊ້ເວລາປະມານ 1,5 ຊົ່ວໂມງ, ເດີນ ທາງຂຶ້ນຕາມແມ່ນໍ້າ ຈາກເມືອງຫລວງພະບາງ ແລະນີ້ແມ່ນວິທີທີ່ດີທີ່ສຸດໃນການເດີນທາງເພາະມັນຈະມີໂອກາດໄດ້ເຫັນວິຖີຊີວິດແຄມແມ່ນໍ້າ ຂອງປະຊາຊົນໃນທ້ອງຖິ່ນ. ໃນໂອກາດດັ່ງກ່າວນັ້ນ ນັກທ່ອງທ່ຽວກໍ່ຍັງສາມາດເດີນທາງດ້ວຍລົດ ແລະຂ້າມເຮືອທີ່ບ້ານປາກອູໄດ້.

ຖໍ້າລຸ່ມແມ່ນເປັນທີ່ນິຍົມຫຼາຍທີ່ສຸດ, ໜ້າຖໍ້າ ແມ່ນເປີດກວ້າງເລັກນ້ອຍ ແລະນັບຕັ້ງແຕ່ພຸດທະສາສະໜາ ຖືກນຳມາໃຊ້ໃນພື້ນທີ່ ປະຊາຊົນທ້ອງຖິ່ນໄດ້ນຳພະພຸດທະຮູບມາປະດິດສະຖານໄວ້ໃນຖໍ້າແຫ່ງນີ້ເພື່ອບູຊາ, ເຊິ່ງຢູ່ໃນຖໍ້ານີ້ມີພຣະພຸດທະຮູບຫລາຍພັນພັນອົງ, ຂັ້ນໄດຢູ່ເບື້ອງຊ້າຍຂອງຖໍ້າລຸ່ມ ສາມາດນຳພາທ່ານຜ່ານປ່າໄປຮອດຖໍ້າເທິງໄດ້. ໃນໄລຍະບຸນປີໃໝ່ລາວ, ຄອບຄົວລາດຊະວົງໄດ້ເດີນທາງໄປທ່ຽວຊົມຖໍ້າ ພ້ອມດ້ວຍພະສົງຈຳນວນຫຼາຍ ແລະປະຊາຊົນທ້ອງຖິ່ນ ເພື່ອຫົດສົງນໍ້າພະພຸດທະຮູບທີ່ສັກສິດ ເຊິ່ງແມ່ນສ່ວນໜຶ່ງ ຂອງການສະເຫຼີມສະຫຼອງປີໃໝ່ລາວ. ຢູ່ຖໍ້າເທິງ ມີປະຕູເຂົ້າທີ່ສວຍງາມຫຼາຍທີ່ເຮັດດ້ວຍໂລຫະ.

ວາງແຜນປະສົບການທີ່ບໍ່ສາມາດລືມໄດ້ທີ່ຫຼວງພະບາງມື້ນີ້!

ພວກ​ເຮົາ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຫມາະ​ສົມ​ກັບ​ການ​ພັກ​ເຊົາ​ຂອງ​ທ່ານ​ແລະ​ປະ​ສົບ​ການ​ພາຍ​ໃນ​ງົບ​ປະ​ມານ​ຂອງ​ທ່ານ​.

ຈອງບ່ອນພັກເຊົາຂອງທ່ານດຽວນີ້

Scroll to Top